ຜູ້ປະກອບສ່ວນ: Yi-Ting Tu
ເມື່ອແສງເດີນທາງຜ່ານຕົວແກງທີ່ມີການເໜັງຕີງຂອງດັດຊະນີການຫັກເຫແບບສຸ່ມໃນພື້ນທີ່ (ໂດຍມີຄວາມຍາວສະຫະສຳພັນໃຫຍ່ກວ່າຄວາມຍາວຄື້ນຂອງແສງຫຼາຍ), ຈະເກີດຮູບແບບຄ້າຍຄືຕົ້ນໄມ້ທີ່ເອີ້ນວ່າ ການໄຫຼແບບແຕກກິ່ງ. ແບບຈຳລອງນີ້ສະແດງປະກົດການນີ້ໂດຍໃຊ້ຟັງຊັນດັດຊະນີການຫັກເຫເຊິ່ງເປັນຜົນບວກຂອງຫຼາຍໆຟັງຊັນໂຄຊາຍ ທີ່ມີແອມພລິຈູດ, ເວກເຕີຄື້ນ ແລະ ເຟສແບບສຸ່ມ.